ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມໃຫຍ່ຜູ້ແທນຄັ້ງທີVI ຂອງອົງຄະນະພັກກອງພັນໃຫຍ່ 497
ໄຂຂຶ້ນ ແລະ​ ອັດລົງດ້ວຍຜົນສຳເລັດອັນຈົບງາມ

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກຄັ້ງທີ VI ຂອງ​ອົງຄະນະພັກ​ກອງພັນໃຫຍ່ຕີພິເສດ ​497

    ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກຄັ້ງທີ VI ຂອງ​ອົງຄະນະພັກ​ກອງພັນໃຫຍ່ຕີພິເສດ ​497​ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນ
ເຊົ້າຂອງ ວັນທີ 19 ມີນາ 2024 ນີ້,​ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຕີ​ ສາຍໃຈ​ ກົມມະສິດ​ ກໍາມະການ​ຄະນະປະຈຳ​ພັກກະ
ຊວງ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີສະຫາຍ ພັນເອກ ຄຳສຸກ ໄຊມວນສິນ ເລຂາຄະນະບໍລິຫານງານພັກ​ ຫົວໜ້າ​ການທະ
ຫານ ​ກອງພັນໃຫຍ່​ 497​ ພ້ອມຄະນະ​,​ ມີກົມຈັດຕັ້ງພັກ, ກົມພະນັກງານ, ກົມ 49, ຄະນະພັກ​ແຂວງວຽງຈັນ, ເມືອງທຸລະຄົມ, ກອງບັນ
ຊາການທະຫານ​ແຂວງວຽງຈັນ, ກອງບັນຊາການທະຫານເມືອງທຸລະຄົມ, ປກສ ເມືອງທຸລະຄົມ, ກອງພັນໃຫຍ່ 605,​ ກອງພັນໃຫຍ່ 941,
ເຂື່ອນໄຟຟ້າ​ນ້ຳມັງ 3,​ ພະນັກງານປະຕິວັດອາວຸໂສ, ບັນດາສະຫາຍຜູ້ແທນສົມບູນຈໍານວນ 152 ສະຫາຍ, ເພດຍິງ 2 ສະຫາຍ ທີ່ເປັນຕົວ
ແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວກອງພັນໃຫຍ່ເຂົ້າຮ່ວມ.

     ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ຂອງອົງຄະນະພັກ​ກອງພັນໃຫຍ່​ 497​ ຄັ້ງນີ້, ເປັນກອງປະຊຸມສຸດທີ່ມີຄວາມໝາຍສໍາຄັນໃນຊີວິດການ
ເມືອງຂອງກົມກອງ, ເປັນການປະຕິບັດຕາມຫຼັກການນໍາພາ ແລະ ຈັດຕັ້ງປະຕິບັດແນວທາງຂອງພັກ,​ ແນໃສ່ປັບປຸງກໍ່ສ້າງພັກໃຫ້ມີຄວາມໜັກ
ແໜ້ນດ້ານການເມືອງແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ ແລະ ແບບແຜນການນໍາພາ-ວິທີເຮັດວຽກ ທີ່ມີວິທະຍາສາດ, ເປັນບັ້ນດໍາເນີນຊີວິດ
ການເມືອງພາຍໃນຄະນະບໍລິຫານງານພັກ, ສະມາຊິກພັກຢູ່ໃນກົມກອງ ຜ່ານກອງປະຊຸມໃຫຍ່ຄັ້ງນີ້ຈະເຮັດໃຫ້ຄຸນນະພາບ, ບົດບາດ, ຄວາມ
ສາມາດການນໍາພາຂອງຄະນະພັກໄດ້ຮັບການເຊີດຊູສູງຂຶ້ນ. ໃນວາລະດໍາເນີນກອງປະຊຸມ; ສະຫາຍ ພັນເອກ ຄຳສຸກ​ ໄຊມວນສິນ​ ເລຂາຄະນະບໍ
ລິຫານພັກ​ກອງພັນໃຫຍ່ ໄດ້ມີຄໍາເຫັນກ່າວໄຂກອງປະຊຸມ ພ້ອມທັງຜ່ານບົດລາຍງານການເມືອງການນໍາພາຂອງຄະນະພັກ​ ກອງພັນໃຫຍ່ ​497
ໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການນໍາພາ 5 ປີຕໍ່ໜ້າ ( 2024-2029) ໂດຍໄດ້ສັງເກດຕີລາຄາຄືນຕໍ່ໝາກຜົນແຫ່ງການເຄື່ອນໄຫວຊີ້
ນຳ-ນໍາພາ ແລະ ຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ, ເຊິ່ງຄະນະພັກກອງພັນໃຫຍ່ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາ-ແນວ
ຄິດໃຫ້ພະນັກງານສະມາຊິກພັກ-ນັກຮົບດ້ວຍຫຼາຍເນື້ອໃນ ແລະ ຮູບການ, ໂດຍການນຳເອົາເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະ
ຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ​ ແລະ​ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຕົນເຂົ້າສູ່ຊີວິດຕົວຈິງຢ່າງເປັນ
ຂະບວນການກວ້າງຂວາງ​ ແລະ​ ສາມາດຍາດໄດ້ຜົນງານຫຼາຍດ້ານທີ່ພົ້ນເດັ່ນ, ພ້ອມທັງໄດ້ນໍາເອົາເອກະສານ, ມູນເຊື້ອວັນສໍາຄັນຕ່າງໆ ແລະ ກົດ
ລະບຽບຂອງພັກ, ກົດໝາຍຂອງລັດ ມາຈັດຕັ້ງເຊື່ອມຊຶມໃຫ້ພະນັກງານສະມາຊິກພັກ-ນັກຮົບໄດ້ຮັບຮູ້ຢ່າງເລິກເຊິ່ງ, ເອົາໃຈໃສ່ປັບປຸງກໍ່ສ້າງພັກໃຫ້
ໜັກແໜ້ນ ທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ແບບແຜນວິທີນຳພາ, ປະຕິບັດຖືກຕ້ອງຕາມຫຼັກການລວມສູນປະ
ຊາທິປະໄຕ ແລະ 5 ຫຼັກການ 3 ທິດນຳໃນການປັບປຸງກໍ່ສ້າງພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ​ ໜັກແໜ້ນ. ໄດ້ເອົາໃຈໃສ່ປັບປຸງການຈັດຕັ້ງບັນ
ຊາແຕ່ລະຂັ້ນ ໃຫ້ມີຄວາມເ​ຂັ້ມ​ແຂງ​,​ ຊັບຊ້ອນຈັດວາງພະນັກງານໃສ່ແຕ່ລະຕຳແໜງງານຖືກຕ້ອງກັບຄວາມຮູ້-ຄວາມສາມາດ, ວິຊາສະເພາະ​ ຮັບ
ປະ​ກັນພະນັກງານ​ 3 ຮຸ່ນ, ຮຸ່ນອາວຸໂສ, ຮຸ່ນກາງ, ຮຸ່ນໜຸ່ມແໜ້ນ ເຮັດໃຫ້ການຈັດຕັ້ງແຕ່ລະຂັ້ນມີຄວາມສະຫງົບໂດຍພື້ນຖານ, ໃນສຸມປີຜ່ານມາ
ມີພະນັກງານ-ນັກຮົບ ໄດ້ຮັບການເລື່ອນຊັ້ນ-ເລື່ອນທຽບຊັ້ນ​ 624 ສະຫາຍ.​

     ນອກນັ້ນ, ຄະນະພັກ​ກໍ່ເອົາໄດ້ເອົາໃຈໃສ່ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ​-ແມ່ຍິງ; ຂົງເຂດວຽກງານຍຸດຕິທຳ, ວຽກງານ​ນະໂຍ
ບາຍ​-ປະກັນສັງຄົມ, ວຽກງານ​ຮັບປະກັນແກ້ໄຂຊີວິດການເປັນຢູ່. ກອງປະຊຸມ​; ບັນດາສະຫາຍຜູ້ແທນທີ່ຕາງໜ້າໃຫ້ບັນດາກົມກອງ​ ພະແນກການ​
ໄດ້ພ້ອມກັນປະກອບຄໍາຄິດເຫັນ ແລະ ເປັນເອກະພາບໃນການຕີລາຄາສະພາບການຈັດຕັ້ງຊີ້ນຳ-ນຳພາ, ມີຄວາມຮັບຜິດຊອບໃນການເບິ່ງບັນຫາ ໃຫ້
ຖືກກັບຄວາມເປັນຈິງ, ຍົກໃຫ້ເຫັນອັນທີ່ເຮັດໄດ້, ອັນທີ່ເປັນບົດຮຽນ ແລະ ສິ່ງຫຍໍ້ທໍ້ຄົງຄ້າງຕ່າງໆ ກໍຄືການແກ້ໄຂບັນຫາໃນວຽກງານຕົວຈິງໃຫ້ຖືກ
ຕ້ອງທັນກັບສະພາບການ, ເພື່ອຮັບປະກັນໃນການວາງແຜນວຽກງານຈຸດສຸມໃນຕໍ່ໜ້າໃຫ້ແທດເໝາະກັບສະພາບແວດລ້ອມຕົວຈິງຂອງກົມກອງ ແລະ
ຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VI​ ຂອງຄະນະພັກກອງພັນໃຫຍ່ດ້ວຍຈິດໃຈບຸກທະລຸ, ມີການຫັນອັນປ່ຽນໃໝ່ທີ່ດີຂຶ້ນກວ່າເກົ່າ
ແລະ ເກີດໝາກຜົນຕົວຈິງ. ກອງປະຊຸມ​; ໄດ້ພ້ອມກັນປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກຊຸດໃໝ່, ເລືອກເອົາຄະນະປະຈຳພັກ, ປະທານ,​
ຮອງປະທານ ຄະນະກວດກາພັກ ແລະ​ ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ-ສຳຮອງ​ໄປຮ່ວມກອງປະຊຸມໃຫຍ່ຂອງຄະນະພັກຂັ້ນເທິງໄດ້ຕາມລະດັບ
ຄາດໝາຍທີ່ວາງໄວ້.

ແຫຼ່ງຂ່າວໂດຍ ເປີ້ນ​ ແສງຄໍາມີ
ວັນທີ 21/03/2024